ຄູ່ມືການສ້າງວາລະສານ ແລະ ວາລະສານອອນລາຍ
ສູນສົ່ງເສີມວາລະສານວິທະຍາສາດ (CSJP) ມີຄວາມຍິນດີທີ່ຈະໃຫ້ຄຳແນະນຳຢ່າງເປັນທາງການ ສຳລັບຜູ້ທີ່ຕ້ອງການສ້າງວາລະສານວິຊາການໃໝ່. ເພື່ອຮັບປະກັນຄຸນນະພາບ ແລະ ມາດຕະຖານສາກົນ, ວາລະສານໃໝ່ຕ້ອງປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ດັ່ງລຸ່ມນີ້:
1. ດ້ານລະບົບ ແລະ ເຕັກໂນໂລຊີ
-
ຄ່າບໍລິການການຕິດຕັ້ງລະບົບວາລະສານ: 5,000,000 ກີບ (ເຊົ່າພາຍນອກ).
-
ການສະໜອງ Server, Domain, SSL ແລະ Plugin ທີ່ຈຳເປັນ.
2. ດ້ານການຝຶກອົບຮົມການບໍລິຫານວາລະສານ
ການຝຶກອົບຮົມແມ່ນໃຊ້ເວລາ ຢ່າງນ້ອຍ 1-3 ວັນ (ຂຶ້ນກັບການຕົກລົງ) ເຊິ່ງຈະກວມເອົາຫົວຂໍ້ຕ່າງໆເຊັ່ນ:
-
ລະບຽບການ ແລະ ນະໂຍບາຍວາລະສານ, ລວມເຖິງຖານວາລະສານ.
-
ການແຕ່ງຕັ້ງຄະນະກຳມະການ ແລະ ການຄຸ້ມຄອງການເງິນ.
-
ຂັ້ນຕອນການສົ່ງ, ຮັບ, ກວດແກ້ ແລະ ການຕີພິມບົດຄວາມ.
3. ຄ່າໃຊ້ຈ່າຍເພີ່ມເຕີມ
-
ຄ່າທໍານຽມຂໍ ISSN: $100 (ຈ່າຍຄັ້ງດຽວ) ແລະ 27 Euro (ຈ່າຍຄັ້ງດຽວ).
-
ຄ່າທໍານຽມຂໍ DOI: $70 ຕໍ່ປີ.
-
ຄ່າບໍລິການກວດການຄັດລອກ (Plagiarism & AI detection): $30 ຕໍ່ 30,000-50,000 ຄໍາ.
-
Free hosting ແລະ domain 1 ປີ, ປີຕໍ່ໄປ 1,000,000 ກີບຕໍ່ປີ.
-
Free backup 2 ຄັ້ງຕໍ່ປີ ແລະ Free Maintenance.
ດາວໂຫຼດເອກະສານແມ່ແບບ
ທ່ານສາມາດດາວໂຫຼດເອກະສານແມ່ແບບດັ່ງລຸ່ມນີ້ ເພື່ອໃຊ້ເປັນແນວທາງໃນການຈັດກຽມເອກະສານສະເໜີ.
ຂໍ້ມູນຕິດຕໍ່
ສຳລັບຂໍ້ມູນເພີ່ມເຕີມ, ພາກສ່ວນທີ່ສົນໃຈສາມາດຕິດຕໍ່ ສູນສົ່ງເສີມວາລະສານວິທະຍາສາດ (CSJP) ໂດຍກົງໄດ້ທີ່: